Dueo
1
I take it on Monday, January 21, 2019, 6:33:34 PM
ສະບາຍດີ ຂ້ອຍຊຶ່ຕ່າຍທອງ ສີໃສແກ້ວ ຂໍເອົາໂພດນີ້ເປັນການແນະນຳໂຕໜ້ອຍໜຶ່ງ
ຕອນນີ້ຂ້ອຍກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດລລາວ ຄະນະວິສະວະກຳສາດ ພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ. ຂ້ອຍເປັນຄົນທີ່ມັກໃນການຖ່າຍຮູບ ເຊິ່ງກ່ອນຈະໄດ້ພາບນີ້ແມ່ນ ມັນເປັນມື້ທີ່ຂ້ອຍຕັ້ງໃຈຈະໄປຖ່າຍດອກໄມ້ໄຟໃນວັນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ແຕ່ໄປບໍ່ທັນ. ດັ່ງນັ້ນ, ຂ້ອຍຈຶ່ງຖືໂອກາດກາຍໄປຖ່າຍປະຕູໄຊໃນຍາມກາງຄືນ ຈຶ່ງໄດ້ຮູບນີ້ມາ.
5 Likes
Aruni
2
ສະບາຍດີ @Dueo
ຍິນດີຕ້ອນຮັບສູ່ຄູ່ມືທ້ອງຖິ່ນເຊື່ອມຕໍ່!
ຂອບໃຈຫຼາຍໆທ່ານທີ່ໄດ້ແບ່ງປັນປະສົບການກັບພວກເຮົາ. ມັນເປັນເວລາທໍາອິດທີ່ຈະໄປທີ່ນັ້ນບໍ? ສາມາດເອົາຮູບພາບງາມຫຼາຍ, ເອົາສິ່ງໃດທີ່ຈະໃຊ້ ທ່ານສາມາດບອກຂ້າພະເຈົ້າກ່ຽວກັບຮູບພາບຕ່າງໆທີ່ທ່ານໄດ້ລົງໂຄສະນາໄດ້ບໍ? ສໍາລັບຜູ້ທີ່ອ່ານການຕອບຂອງທ່ານຈະໄດ້ຮັບຄວາມເຂົ້າໃຈດີຂຶ້ນ. ຂ້າພະເຈົ້າແນ່ໃຈວ່າມັນຄວນຫນ້າສົນໃຈສໍາລັບຄູ່ມືທ້ອງຖິ່ນອື່ນໆ.
คุณสามารถอ่านรายละเอียดเพิ่มเติม14 helpful tips for using Connect
ฉันมาจากเมืองไทย นินดีที่ได้รู้จักนะค่ะ
1 Like
Dueo
3
@Aruni
ສະບາຍດີ
ນີ້ບໍ່ໄດ້ເປັນຄັ້ງທຳອິດທີ່ມາບ່ອນນີ້ ແຕ່ເປັນຄັ້ງທຳອິດທີ່ໄດ້ເອົາກ້ອງຖ່າຍຮູບມາຖ່າຍຮູບຢູ່ບ່ອນນີ້ໃນຍາມກາງຄືນ.
ສະຖານທີ່ນີ້ມີຊື່ວ່າ ປະຕູໄຊ ຫຼື ອີກຊື່ໜຶ່ງວ່າອານຸສາວະລິ ເຊິ່ງຕັ້ງຢູ່ໃຈກາງຂອງນະຄອນຫຼວງວຽງຈັນ ເປັນສະຖານທີ່ທີ່ເມື່ອນັກທ່ອງທ່ຽວບໍ່ວ່າພາຍໃນ ຫຼື ຕ່າງປະເທດມາທີ່ນະຄອນຫຼວງວຽງຈັນແມ່ນຕ້ອງໄດ້ມາຢ້ຽມຊົມເຖິງຄວາມອັດສະຈັນ ແລະ ຄວາມເກົ່າແກ່ຂອງອາຄານທີ່ຖຶກສ້າງຂຶ້ນມາແຕ່ສະໄໝຈັກກະພັດຝຣັ່ງປົກຄອງ. ຫຼາຍຄົນເວົ້າວ່າຖ້າມານະຄອນຫຼວງວຽງຈັນແລ້ວບໍ່ມາຢ້ຽມຊົມປະຕູໄຊ ແລະ ພະທາດຫຼວງວຽງຈັນແມ່ນມາບໍ່ຮອດວຽງຈັນ.
ນີ້ເປັນຂໍ້ມູນບາງສ່ວນກ່ຽວກັບສະຖານທີ່ນີ້ ຫວັງວ່າທ່ານຈະມາຢ້ຽມຢາມທີ່ນີ້ໃນຈັກວັນ
1 Like
Aruni
4
Hi @Dueo
ขอบคุณมากนะค่ะ แล้วที่เวียงจันทน์มีอะไรน่าเที่ยวบ้างค่ะ
แล้วสถานที่ไหนเป็นที่นิยมในเวียงจันทน์
1 Like